ທີມງານຂອງພວກເຮົາ


ທີມງານຂອງ ບໍລິສັດ ອິນໄຊທ໌ ທີ່ປຶກສາກົດໝາຍ (ລາວ) ປະກອບດ້ວຍຜູ້ຊ່ຽວຊານດ້ານກົດໝາຍທີ່ມີຄຸນວຸດທິສູງ, ມີຄວາມຊໍານານຢ່າງເລິກເຊິ່ງໃນຂອບກົດໝາຍຂອງພາຍໃນ ແລະ ຕ່າງປະເທດ. ດ້ວຍຄວາມມຸ່ງໝັ້ນທີ່ຈະເປັນເລີດ ແລະ ມີມາດຕະຖານສູງ, ພວກເຮົາປະສານງານກັນ ເພື່ອໃຫ້ຄໍາປຶກສາດ້ານກົດໝາຍທີ່ມີຄວາມຮອບຮູ້ ແລະ ແມ່ນຍໍາ, ດັດປັບໃຫ້ແທດເໝາະກັບສະພາບແວດລ້ອມດ້ານກົດໝາຍທີ່ມີຄວາມຊັບຊ້ອນຂອງປະເທດລາວ.


ທ່ານ ສູນທອນ ຈັນທະວົງ

ຜູ້ຮ່ວມກໍ່ຕັ້ງ ແລະ ທີ່ປຶກສາກົດໝາຍອາວຸໂສ

ທ່ານ ສູນທອນ ຮຽນຈົບປະລິນຍາໂທທາງດ້ານກົດໝາຍ ແລະ ນໍາເອົາປະສົບການດ້ານກົດໝາຍຫຼາຍກວ່າ 20 ປີໃນປະເທດລາວ, ປະກອບເຂົ້າກັບການເປັນຜູ້ຊ່ຽວຊານດ້ານການບັນຊີ ແລະ ການກວດສອບຫຼາຍກວ່າ 30 ປີ. ທ່ານ ສູນທອນເປັນອາດີດຮອງປະທານ ສະພາທະນາຍຄວາມລາວ, ເປັນສະມາຊິກ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ແລະ ເປັນອະດີດສະມາຊິກຂອງ CPA ປະເທດອົດສະຕຣາລີ.

ໂດຍໄດ້ຮັບການຝຶກອົບຮົມດ້ານກົດໝາຍ ຢູ່ປະເທດສະຫະລັດອາເມລິກາ, ທ່ານ ສູນທອນ ໄດ້ຮວມເອົາແນວຄວາມຄິດທາງດ້ານກົດໝາຍໃນລະດັບສາກົນ ເຂົ້າກັບກົດໝາຍລາວ ທີ່ຕົນມີຄວາມຮູ້ຢ່າງເລິກເຊິ່ງ. ປະສົບການອັນກວ້າງຂວາງຂອງ ທ່ານ ສູນທອນ ກວມເອົາຫຼາຍວຽກງານທາງດ້ານກົດໝາຍກ່ຽວກັບການຄ້າເຊັ່ນ ດ້ານທະນາຄານ, ຫຼັກຊັບ, ການລົງທຶນ, ສ່ວຍສາອາກອນ, ສິນເຊື່ອໂຄງການ, ການຊື້ກິດຈະການ ແລະ ການດໍາເນີນຄະດີ. ດ້ວຍຄວາມສາມາດໃນການສື່ສານພາສາລາວ, ພາສາໄທ, ພາສາຫວຽດນາມ ແລະ ພາສາອັງກິດຢ່າງຄ່ອງແຄ້ວ, ທ່ານ ສູນທອນ ເປັນທີ່ປຶກສາທີ່ສາມາດໄວ້ໃຈໄດ້, ນໍາເອົາຄໍາເຫັນທີ່ເຕັມໄປດ້ວຍປະສົບການ ແລະ ຄວາມຊ່ຽວຊານຫຼາກຫຼາຍດ້ານ ເພື່ອຊ່ວຍເຫຼືອລູກຄ້າ ແລະ ທີມງານຂອງບໍລິສັດ.


ທ່ານ ນາງ ກິນນາລອນ ຈັນທະວົງ

ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການ

ກິນນາລອນ ຮຽນຈົບປະລິນຍາໂທທາງດ້ານກົດໝາຍຈາກ the University of Melbourne, ເຊິ່ງເປັນມະຫາວິທະຍາໄລອັນດັບ 1 ຂອງປະເທດອົດສະຕຣາລີ ແລະ ເປັນທະນາຍຄວາມທີ່ມີໃບອະນຸຍາດເຄື່ອນໄຫວໃນ ສປປ ລາວ. ດ້ວຍປະສົບການໃນການໃຫ້ຄຳປຶກສາແກ່ລູກຄ້າຕ່າງປະເທດກ່ຽວກັບວຽກງານກົດໝາຍໃນປະເທດລາວ, ກິນນາລອນ ແມ່ນເປັນທີ່ຮູ້ຈັກໃນດ້ານຄວາມເອົາໃຈໃສ່ໃນລາຍລະອຽດ ແລະ ທຸ່ມເທເພື່ອບັນລຸຜົນໄດ້ຮັບທີ່ດີທີ່ສຸດໃຫ້ແກ່ລູກຄ້າ.

ດ້ວຍຄວາມຮູ້ຮອບດ້ານ ທັງລະບົບກົດໝາຍແພ່ງ ແລະ ລະບົບກົດໝາຍປະເພນີສານ, ພ້ອມກັບຄວາມຊ່ຽວຊານດ້ານກົດໝາຍລາວ ແລະ ການປະຕິບັດຕາມລະບຽບ, ກິນນາລອນ ມີຄວາມພ້ອມທີ່ຈະແນະນຳນັກລົງທຶນພາຍໃນ ແລະ ຕ່າງປະເທດ ກ່ຽວກັບຄວາມຊັບຊ້ອນຂອງສະພາບແວດລ້ອມທາງດ້ານກົດໝາຍຂອງລາວ. ກິນນາລອນ ສາມາດສື່ສານທັງພາສາລາວ ແລະ ພາສາອັງກິດໄດ້ຢ່າງຄ່ອງແຄ້ວ ເພື່ອຮັບປະກັນການສື່ສານທີ່ຊັດເຈນ ແລະ ເປັນຜູ້ຕາງໜ້າໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ.