ການບໍລິການຂອງພວກເຮົາ


ບໍລິສັດ ແລະ ການຄ້າ

ພວກເຮົາໃຫ້ຄວາມຊ່ວຍເຫຼືອລູກຄ້າໃນການສ້າງຕັ້ງບໍລິສັດ, ການຄຸ້ມຄອງບໍລິຫານບໍລິສັດ, ການເຮັດທຸລະກໍາທາງການຄ້າ, ການຄວບ, ການແຍກ, ການຊື້ກິດຈະການ ແລະ ການປັບໂຄງສ້າງທີ່ມີຄວາມຊັບຊ້ອນ. ການບໍລິການຂອງພວກເຮົາຍັງລວມໄປເຖິງ ການຍຸບເລີກວິສາຫະກິດ, ການຊໍາລະສະສາງ ແລະ ການລົ້ມລະລາຍ ເພື່ອໃຫ້ຄວາມຊ່ວຍເຫຼືອລູກຄ້າໃນທຸກຂັ້ນຕອນຂອງວົງຈອນທຸລະກິດ.

ໂຄງການ, ພື້ນຖານໂຄງລ່າງ, ພະລັງງານ ແລະ ຊັບພະຍາກອນທໍາມະຊາດ

ພວກເຮົາໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍສຳລັບໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່, ການລົງທຶນດ້ານພະລັງງານ ແລະ ການພັດທະນາຊັບພະຍາກອນທຳມະຊາດ. ການບໍລິການຂອງພວກເຮົາຍັງປະກອບມີ ການໃຫ້ຄໍາປຶກສາກ່ຽວກັບໂຄງການພະລັງງານທົດແທນ, ສິນເຊື່ອໂຄງການ ແລະ ການປະຕິບັດຕາມລະບຽບສໍາລັບໂຄງການກໍ່ສ້າງ ແລະ ໂທລະຄົມມະນາຄົມ. ພວກເຮົາໃຫ້ການຊ່ວຍເຫຼືອລູກຄ້າເພື່ອຮັບປະກັນວ່າໂຄງການຂອງພວກເຂົາປະຕິບັດຕາມເງື່ອນໄຂຂອງກົດໝາຍ ແລະ ແນວທາງປະຕິບັດແບບຍືນຍົງ.

ການທະນາຄານ ແລະ ການເງິນ

ພວກ​ເຮົາ​ໃຫ້​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ການ​ຈັດ​ຫາ​ເງິນທຶນ​, ສັນ​ຍາ​ກູ້​ຢືມ​ເງິນ​ ແລະ ​ສິນເຊື່ອ​ໂຄງ​ການ​, ພ້ອມທັງ​ການ​ປະ​ຕິ​ບັດຕາມ​ລະ​ບຽບ ​ໃນ​ຂະ​ແໜງການ​ທະ​ນາ​ຄານ​ ແລະ​ ການ​ເງິນ​. ການບໍລິການຂອງພວກເຮົາລວມເຖິງວຽກງານທາງດ້ານກົດໝາຍທີ່ກ່ຽວຂ້ອງກັບ ລະບົບຊໍາລະ, ການບໍລິການຊໍາລະ ແລະ ຟິນເທັກ.

ການອອກຈໍາໜ່າຍຮຸ້ນຄັ້ງທໍາອິດ ແລະ ການຈົດທະບຽນເຂົ້າຕະຫຼາດຫຼັກຊັບ

ພວກເຮົາໃຫ້ການຊ່ວຍເຫຼືອບໍລິສັດ ໃນການປະຕິບັດໃຫ້ສອດຄ່ອງກັບລະບຽບຂອງວຽກງານຫຼັກຊັບ, ການຄຸ້ມຄອງບໍລິຫານ, ການກວດສອບສະຖານະທາງກົດໝາຍ (Legal due diligence) ແລະ ການຮ່າງເອກະສານທີ່ສໍາຄັນສໍາລັບທຸລະກິດທີ່ຈະຫັນປ່ຽນຈາກບໍລິສັດຈໍາກັດ ເປັນບໍລິສັດຈົດທະບຽນເຂົ້າຕະຫຼາດຫຼັກຊັບ. ການບໍລິການຂອງພວກເຮົາ ແມ່ນເພື່ອຮັບປະກັນໃຫ້ການປະຕິບັດ ມີຄວາມສອດຄ່ອງກັບຂອບກົດໝາຍ ແລະ ເງື່ອນໄຂຕ່າງໆ ໃນລະບຽບການທີ່ຄຸ້ມຄອງບໍລິສັດຈົດທະບຽນຢູ່ ສປປ ລາວ.

ເຕັກໂນໂລຊີ ແລະ ນະວັດຕະກໍາ

ພວກເຮົາໃຫ້ຄໍາປຶກສາລູກຄ້າກ່ຽວກັບວຽກງານທາງກົດໝາຍ ທີ່ກ່ຽວຂ້ອງກັບເຕັກໂນໂລຊີ, ລວມທັງ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ເງິນຄຣິບໂຕ ແລະ ກິດຈະກໍາອື່ນໆ ທີ່ກ່ຽວຂ້ອງກັບເຕັກໂນໂລຊີ. ການບໍລິການຂອງພວກເຮົາເນັ້ນໃສ່ການໃຫ້ຄຳແນະນຳກ່ຽວກັບລະບຽບການ ເພື່ອຊ່ວຍນໍາທາງລູກຄ້າເລື່ອງຂອບກົດໝາຍ ໃນຂະແໜງການທີ່ມີການພັດທະນາຢ່າງໄວວານີ້.

ການຈ້າງງານ ແລະ ກົດໝາຍແຮງງານ

ພວກເຮົາໃຫ້ຄໍາປຶກສາແກ່ນາຍຈ້າງ ແລະ ພະນັກງານກ່ຽວກັບສັນຍາແຮງງານ, ນະໂຍບາຍ ແລະ ປຶ້ມຄູ່ມືໃນບ່ອນເຮັດວຽກ ແລະ ການປະຕິບັດໃຫ້ສອດຄ່ອງກັບກົດໝາຍແຮງງານຂອງປະເທດລາວ. ພວກເຮົາຍັງເປັນຜູ້ຕາງໜ້າໃຫ້ລູກຄ້າເວລາມີຂໍ້ຂັດແຍ່ງທີ່ກ່ຽວຂ້ອງກັບການຈ້າງງານ, ລວມທັງການລົງວິໄນ, ການຍົກເລີກສັນຍາແຮງງານ ແລະ ການຮຽກຮ້ອງສິດຕ່າງໆ.

ຊັບສິນທາງປັນຍາ

ພວກເຮົາເປັນບໍລິສັດຜູ້ຕາງໜ້າຈົດທະບຽນຊັບສິນທາງປັນຍາ ທີ່ໄດ້ຮັບການຢັ້ງຢືນຈາກ ກົມຄຸ້ມຄອງຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ພວກເຮົາສາມາດໃຫ້ຄວາມຊ່ວຍເຫຼືອລູກຄ້າໃນການປົກປ້ອງສິດໃນຊັບສິນທາງປັນຍາເຊັ່ນ: ເຄື່ອງໝາຍການຄ້າ, ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກໍາ, ແບບຜັງວົງຈອນລວມ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເພື່ອປົກປ້ອງນະວັດຕະກໍາ, ສິ່ງປະດິດ ແລະ ແບຣນຂອງລູກຄ້າ.

ການປະຕິບັດຕາມລະບຽບການ

ພວກເຮົາຊ່ວຍນໍາທາງໃຫ້ແກ່ທຸລະກິດ ກ່ຽວກັບຂອບກົດໝາຍຂອງປະເທດລາວ, ລວມທັງການຂໍໃບອະນຸຍາດຕ່າງໆ, ພັນທະໃນການລາຍງານ ແລະ ເງື່ອນໄຂທາງດ້ານກົດໝາຍສະເພາະຂອງແຕ່ລະຂະແໜງການ. ພວກເຮົາຊ່ວຍເຫຼືອລູກຄ້າໃນການສ້າງລະບົບການປະຕິບັດຕາມລະບຽບພາຍໃນທີ່ເຂັ້ມແຂງຜ່ານການກວດສອບສະຖານະທາງກົດໝາຍ (Legal due diligence) ແລະ ໃຫ້ຄໍາປຶກສາທາງຍຸດທະສາດກ່ຽວກັບການຄຸ້ມຄອງຄວາມສ່ຽງ.

ການດຳເນີນຄະດີ ແລະ ການແກ້ໄຂຂໍ້ຂັດແຍ່ງ

ພວກ​ເຮົາເປັນ​ຜູ້ຕາງໜ້າໃຫ້​ລູກ​ຄວາມ​ໃນ​ຂໍ້​ຂັດ​ແຍ່ງຕ່າງໆເຊັ່ນ ຄະດີການ​ຄ້າ​, ຄະດີແພ່ງ​, ຄະດີແຮງງານ​, ຄະດີຄອບ​ຄົວ ແລະ​ ຄະດີອາ​ຍາ​. ການບໍລິການຂອງພວກເຮົາປະກອບມີການດໍາເນີນຄະດີ, ການວ່າຄວາມຢູ່ສານ ແລະ ການເປັນຜູ້ຕາງໜ້າໃນການໄກ່ເກ່ຍ, ການເຈລະຈາ ແລະ ການຕັດສິນ. ພວກເຮົາຍັງໃຫ້ຄວາມຊ່ວຍເຫຼືອໃນການກະກຽມເອກະສານທາງດ້ານກົດໝາຍທີ່ສໍາຄັນເຊັ່ນ: ຄໍາຮ້ອງຟ້ອງ, ຄໍາແກ້ຟ້ອງ ແລະ ຄໍາຟ້ອງແຍ່ງ.

ການໃຫ້ຄໍາປຶກສາດ້ານອາກອນ ແລະ ການປະຕິບັດຕາມລະບຽບ

ພວກເຮົາໃຫ້ຄໍາແນະນໍາກ່ຽວກັບການວາງແຜນດ້ານອາກອນ ແລະ ການປະຕິບັດຕາມລະບຽບການ ເພື່ອເພີ່ມປະສິດທິພາບດ້ານພັນທະອາກອນ ພາຍໃຕ້ກົດໝາຍຂອງປະເທດລາວ.


ການຮ່າງສັນຍາ ແລະ ເອກະສານທາງກົດໝາຍ

ພວກເຮົາຮ່າງ, ກວດແກ້ ແລະ ເຈລະຈາເອກະສານທາງກົດໝາຍຫຼາກຫຼາຍປະເພດ ເພື່ອສະໜັບສະໜູນການດຳເນີນທຸລະກິດ ແລະ ການປະຕິບັດຕາມລະບຽບ. ໃນນີ້ລວມມີສັນຍາຕ່າງໆ ທາງການຄ້າ, ສັນຍາເຊົ່າ, ພິໄນກໍາ, ບົດບັນທຶກຄວາມເຂົ້າໃຈ, ໜັງສືສະແດງເຈດຈໍານົງ, ນະໂຍບາຍໃນບ່ອນເຮັດວຽກ, ຄູ່ມື, ນະໂຍບາຍການປະຕິບັດຕາມລະບຽບພາຍໃນເຊັ່ນ: ຄູ່ມືການຕ້ານການສໍ້ລາດບັງຫຼວງ, ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ກົດຈັນຍາບັນຕ່າງໆ. ພວກເຮົາໃຫ້ຄວາມສໍາຄັນກ່ຽວກັບ ຄວາມຊັດເຈນທາງດ້ານກົດໝາຍ, ການບັງຄັບປະຕິບັດ ແລະ ສອດຄ່ອງກັບພັນທະຕາມລະບຽບການ.


ການຈັດຝຶກອົບຮົມ ແລະ ສໍາມະນາທາງດ້ານກົດໝາຍ

ພວກເຮົາສະໜອງການຝຶກອົບຮົມ ແລະ ສຳມະນາໃນຫົວຂໍ້ກົດໝາຍ ທີ່ປັບໃຫ້ເຂົ້າກັບຄວາມຕ້ອງການຂອງລູກຄ້າ ເພື່ອເຮັດໃຫ້ລູກຄ້າຮູ້ທັນການພັດທະນາຂອງກົດໝາຍປະເທດລາວ ແລະ ແນວທາງປະຕິບັດທີ່ດີທີ່ສຸດຂອງຂະແໜງການຂອງຕົນ. ຫົວຂໍ້ປະກອບມີ ກົດໝາຍແຮງງານ, ການປະຕິບັດໃຫ້ສອດຄ່ອງຕາມລະບຽບກ່ຽວກັບບຸກຄະລາກອນ, ລະບຽບກ່ຽວກັບອາກອນ, ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຂົງເຂດກົດໝາຍອື່ນໆ ທີ່ກ່ຽວຂ້ອງກັບການດຳເນີນທຸລະກິດຂອງລູກຄ້າ.


ການແປພາສາ

ພວກ​ເຮົາ​ໄດ້ຮັບໃບອະນຸຍາດຢ່າງຖືກຕ້ອງໃນການໃຫ້ບໍ​ລິ​ການ​​ແປ​ພາ​ສາ ​ສໍາ​ລັບ​ເອ​ກະ​ສານ​ທາງ​​ກົດ​ໝາຍ​ ແລະ ເອກະສານທາງການ ລະ​ຫວ່າງ​ພາ​ສາ​ລາວ ​ແລະ ​ພາ​ສາ​ອັງ​ກິດ​. ທຸກໆ ເນື້ອໃນການແປ ແມ່ນຜ່ານການກະກຽມ ແລະ ກວດແກ້ໂດຍທະນາຍຄວາມທີ່ມີຄຸນວຸດທິ ເພື່ອຮັບປະກັນຄວາມແມ່ນຍໍາ, ຊັດເຈນ ແລະ ຖືກຕ້ອງໃນການສື່ຄວາມໝາຍທາງກົດໝາຍ. ບໍ​ລິ​ສັດ​ຂອງ​ພວກ​ເຮົາສະໜອງ​ການ​ແປທີ່ມີການຢັ້ງຢືນ ໂດຍການຈໍ້າກາແປ ​ທີ່​ທ່ານ​ສາ​ມາດນຳ​ໃຊ້​ໄດ້ສໍາລັບທາງ​ການ.