ບໍລິສັດ ອິນໄຊທ໌ ທີ່ປຶກສາກົດໝາຍ (ລາວ) ໄດ້ຖືກສ້າງຕັ້ງຂຶ້ນເພື່ອແກ້ໄຂຄວາມຕ້ອງການອັນສໍາຄັນດ້ານການບໍລິການທາງດ້ານກົດໝາຍ ທີ່ດັດປັບໃຫ້ເຂົ້າກັບນັກລົງທຶນທີ່ຜະເຊີນຄວາມຊັບຊ້ອນທາງດ້ານລະບຽບກົດໝາຍຂອງປະເທດລາວ. ພວກເຮົາຮັບຮູ້ເຖິງສິ່ງທ້າທາຍອັນສະເພາະທີ່ນັກລົງທຶນພົບພໍ້ ຈຶ່ງໄດ້ທຸ່ມເທເພື່ອແນະນໍາວິທີແກ້ໄຂທາງດ້ານກົດໝາຍ ທີ່ມີຄວາມຊ່ຽວຊານ, ສາມາດປະຕິບັດໄດ້ ຕາມຄວາມຕ້ອງການຂອງລູກຄ້າ.
ທີມງານຂອງພວກເຮົາໄດ້ປະສົມປະສານ ລະຫວ່າງຄວາມຮູ້ຈາກການສຶກສາດ້ານກົດໝາຍຢູ່ຕ່າງປະເທດ ເຂົ້າກັບປະສົບການອັນເລິກເຊິ່ງ ດ້ານການໃຫ້ຄໍາປຶກສາໃຫ້ແກ່ລູກຄ້າໃນປະເທດລາວ. ດ້ວຍຄວາມຊໍານານທັງລະບົບກົດໝາຍແພ່ງ ແລະ ລະບົບກົດໝາຍປະເພນີສານ ພ້ອມທັງຄວາມເຂົ້າໃຈດ້ານມາດຕະຖານທຸລະກິດລະດັບສາກົນ,
ພວກເຮົາສາມາດໃຫ້ຄຳປຶກສາທີ່ຊັດເຈນ, ໃຫ້ຄວາມສໍາຄັນກັບການຄ້າເປັນຫຼັກ ທີ່ຊ່ວຍໃຫ້ລູກຄ້າສາມາດຈັດການກັບຄວາມສ່ຽງ ແລະ ໂອກາດດ້ວຍຄວາມໝັ້ນໃຈ.