ເພື່ອສະໜອງການຊ່ວຍເຫຼືອແບບຄົບວົງຈອນໃຫ້ແກ່ລູກຄ້າ ທີ່ນອກເໜືອຈາກການບໍລິການທາງກົດໝາຍ, ພວກເຮົາເຮັດວຽກຢ່າງໃກ້ຊິດກັບທຸລະກິດໃນເຄືອທີ່ໄວ້ໃຈໄດ້ ໃນດ້ານການບັນຊີ, ການກວດສອບ, ການປະຕິບັດພັນທະອາກອນ ແລະ ການເງິນ. ການຮ່ວມມືກັນນີ້ຊ່ວຍຮັບປະກັນວ່າລູກຄ້າຈະໄດ້ຮັບຊ່ວຍເຫຼືອຢ່າງຄອບຄຸມສໍາລັບຄວາມຕ້ອງການທາງທຸລະກິດຂອງຕົນ.
1. ບໍລິສັດ ຈັນທະວົງ ແອນ ອາໂຊຊິເອັດສ໌ ຈໍາກັດ (“C&A”)
C&A ຖືກສ້າງຕັ້ງຂຶ້ນໃນປີ 2002 ເຊິ່ງເປັນໜຶ່ງໃນບໍລິສັດບັນຊີແຖວໜ້າໃນປະເທດລາວ ທີ່ໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນ ໃຫ້ທັງບັນດາອົງການທີ່ສະແຫວງຫາຜົນກໍາໄລ ແລະ ບໍ່ສະແຫວງຫາຜົນກໍາໄລ ໃນຫຼາກຫຼາຍຂົງເຂດອຸດສາຫະກໍາ. ໃນຖານະທີ່ເປັນສະມາຊິກຂອງ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ບໍລິສັດມີຄວາມມຸ່ງໝັ້ນທີ່ຈະຍຶດຖືມາດຕະຖານລາຍງານການເງິນຂອງປະເທດລາວ ແລະ ສາກົນ.
ການບໍລິການຫຼັກຂອງ C&A ລວມມີການບັນຊີ, ການປະຕິບັດພັນທະອາກອນ, ການກວດສອບ ແລະ ການບໍລິການດ້ານການຈ່າຍເງິນເດືອນ. ບໍລິສັດຊ່ວຍກະກຽມງົບການເງິນປະຈໍາເດືອນ, ງວດ ແລະ ປະຈໍາປີ ຕາມມາດຕະຖານ ແລະ ນິຕິກໍາຕ່າງໆ ທີ່ບັງຄັບໃຊ້, ໂດຍສອດຄ່ອງກັບຄວາມຕ້ອງການຂອງລູກຄ້າແຕ່ລະຄົນ. ການບໍລິການດ້ານອາກອນ ລວມມີການແຈ້ງອາກອນມູນຄ່າເພີ່ມ, ອາກອນລາຍໄດ້, ອາກອນກໍາໄລ ແລະ ການວາງແຜນຍຸດທະສາດດ້ານອາກອນ ເພື່ອຮັບປະກັນການປະຕິບັດຕາມລະບຽບກົດໝາຍຂອງລາວຢ່າງຄົບຖ້ວນ.
ການບໍລິການກວດສອບ ຖືກອອກແບບມາເພື່ອຕອບສະໜອງເງື່ອນໄຂຂອງກົດໝາຍ ແລະ ລະບຽບການ, ລວມທັງການກວດສອບງົບການເງິນ, ການກວດຄືນ, ການກວດສອບພາຍໃນ ແລະ ການກວດສອບຕາມວິທີການທີ່ຕົກລົງຮ່ວມກັນ. ດ້ວຍການນໍາໃຊ້ຊອຟແວຣ໌ທີ່ທັນສະໄໝ ແລະ ໃຫ້ຄວາມສໍາຄັນກັບລູກຄ້າເປັນຫຼັກ, C&A ສາມາດໃຫ້ຄວາມຊ່ວຍເຫຼືອແກ່ທຸລະກິດ ນັບແຕ່ມື້ສ້າງຕັ້ງຈົນຮອດມື້ທີ່ມີການເຕີບໂຕ ໂດຍໃຫ້ບໍລິການຄຸ້ມຄອງບັນຊີຢ່າງລະອຽດ, ການສ້າງງົບປະມານ ແລະ ການຄາດຄະເນທາງການເງິນ.
ທີ່ຕັ້ງສໍານັກງານ: ບ້ານ ອາກາດ, ຖະໜົນ ສຸພານຸວົງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ເບີໂທຕິດຕໍ່/ແຟັກ: +856 21 214 538
ອີເມວ: souksavanh.cna@laoaccountants.com
ເວັບໄຊທ໌: https://laoaccountants.com
2. ສະຖາບັນການເງິນຈຸລະພາບທີ່ບໍ່ຮັບເງິນຝາກ ຈັນທະວົງ ມະຫາຊັບ ຈໍາກັດ (“CMM”)
CMM ເປັນສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ທີ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວໃນການໃຫ້ບໍລິການເງິນກູ້ທີ່ວ່ອງໄວ ແລະ ເຂົ້າເຖິງໄດ້ ເພື່ອສະໜັບສະໜູນບຸກຄົນທົ່ວໄປ ແລະ ທຸລະກິດຂະໜາດນ້ອຍ ດ້ານຄວາມຕ້ອງການທາງການເງິນຕ່າງໆ. CMM ໃຫ້ຄວາມສໍາຄັນກັບການໃຫ້ຄວາມຍືດຫຍຸ່ນ, ມີປະສິດທິພາບ ຈຶ່ງເປັນຄູ່ຮ່ວມງານທີ່ໄວ້ໃຈໄດ້ສໍາລັບຜູ້ທີ່ຊອກຫາທາງອອກທາງດ້ານການເງິນ ໂດຍບໍ່ຈໍາເປັນຕ້ອງມີເງິນຝາກ.
CMM ໃຫ້ການອະນຸມັດວ່ອງໄວ, ມີເງື່ອນໄຂການກູ້ຢືມທີ່ຊັດເຈນ ແລະ ມີຕາຕະລາງຜ່ອນຊໍາລະ ທີ່ສາມາດຈັດເປັນລາຍເດືອນ, ເປັນງວດ ຫຼື ເປັນລາຍປີ. ນອກຈາກນີ້, ລູກຄ້າຍັງໄດ້ຮັບຜົນປະໂຫຍດຈາກການໃຫ້ຄໍາປຶກສາຈາກທີມງານທີ່ມີປະສົບການ ເພື່ອຊ່ວຍໃຫ້ທ່ານຕັດສິນໃຈທາງດ້ານການເງິນຢ່າງມີຂໍ້ມູນ.
ຜະລິດຕະພັນເງິນກູ້ ປະກອບມີ:
- ເງິນກູ້ດ່ວນ: ອອກແບບມາເພື່ອແກ້ໄຂຄວາມຕ້ອງການສຸກເສີນ ຫຼື ຮີບດ່ວນ ດ້ວຍການອະນຸມັດໄວ ແລະເອກະສານບໍ່ຫຍຸ້ງຍາກ.
- ເງິນກູ້ທີ່ມີຫຼັກຊັບຄ້ຳປະກັນ: ເງິນກູ້ທີ່ມີຫຼັກຊັບຄໍ້າປະກັນ ໂດຍໃຊ້ຊັບສິນເຊັ່ນ: ເຮືອນ, ທີ່ດິນ ຫຼື ຍານພາຫະນະ ໂດຍໃຫ້ວົງເງິນສູງ ແລະ ອັດຕາດອກເບ້ຍຕໍ່າ.
- ເງິນກູ້ຂະຫຍາຍທຸລະກິດ: ສິນເຊື່ອເພື່ອສະໜັບສະໜູນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ມີທຶນເພີ່ມເຕີມເພື່ອຂະຫຍາຍ ແລະ ເສີມສ້າງການດຳເນີນທຸລະກິດ.
- ເງິນກູ້ເພື່ອຊື້ລົດ: ເຮັດໃຫ້ລູກຄ້າສາມາດຊື້ຍານພາຫະນະໂດຍບໍ່ຕ້ອງລໍຖ້າ ໂດຍຜ່ານການສະໜອງທຶນທີ່ສາມາດເຂົ້າເຖິງໄດ້.
ທີ່ຕັ້ງສໍານັກງານ: ບ້ານ ໜອງບົວທອງໃຕ້, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ເບີໂທຕິດຕໍ່: +856 20 5899 5455, +856 20 5558 4675
ອີເມວ: souksavanhm84@gmail.com
