ຮັບສະໝັກເພື່ອນຮ່ວມງານ

ຮັບສະໝັກເພື່ອນຮ່ວມງາມ

ຕໍາແໜ່ງ: ຜູ້ຊ່ວຍທະນາຍຄວາມ (Full-time)

ເຮັດວຽກຂຶ້ນກັບ: ທະນາຍຄວາມລາວ (ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການ)

ໜ້າທີ່ຮັບຜິດຊອບຫຼັກ:

  • ຊ່ວຍຮ່າງສັນຍາ, ໜັງສື, ຄໍາເຫັນທາງດ້ານກົດໝາຍ ແລະ ເອກະສານທາງການ ພາຍໃຕ້ການແນະນໍາຂອງທະນາຍຄວາມ
  • ຊອກຫາຂໍ້ມູນກ່ຽວກັບ ກົດໝາຍ ແລະ ລະບຽບການຕ່າງໆ ຂອງ ສປປ ລາວ
  • ແປເອກະສານຈາກພາສາອັງກິດ-ພາສາລາວ ຫຼື ພາສາລາວ-ພາສາອັງກິດ
  • ປະສານງານກັບພາກລັດ ໃນການຍື່ນເອກະສານຕ່າງໆ
  • ຊ່ວຍເຫຼືອທະນາຍຄວາມດ້ານກົດໝາຍ ແລະ ບໍລິຫານທົ່ວໄປ ພາຍໃນຫ້ອງການ ແລະ ວຽກຂອງລູກຄ້າ

ຄຸນສົມບັດຜູ້ສະໝັກ:

  • ຮຽນຈົບລະດັບປະລິນຍາຕີ ທາງດ້ານກົດໝາຍ
  • ສາມາດສື່ສານພາສາອັງກິດໄດ້ ທັງການເວົ້າ ແລະ ການຂຽນ
  • ສາມາດນໍາໃຊ້ Microsoft Office, ອີເມວ
  • ມີຄວາມຊື່ສັດ, ມີຄວາມຮັບຜິດຊອບ ແລະ ມີຈັນຍາບັນໃນການເຮັດວຽກສູງ

ວິທີການສະໝັກ

ກະລຸນາສົ່ງ CV ແລະ ໃບຢັ້ງຢືນຕ່າງໆ ທີ່ກ່ຽວຂ້ອງເຖິງ:

ອີເມວ: careers@insightlegallaos.com

ເບີໂທລະສັບ: +856 20 5191 7733