ບໍລິສັດ ແລະ ການຄ້າ
ໂຄງການ, ພື້ນຖານໂຄງລ່າງ, ພະລັງງານ ແລະ ຊັບພະຍາກອນທໍາມະຊາດ
ການທະນາຄານ ແລະ ການເງິນ
ການອອກຈໍາໜ່າຍຮຸ້ນຄັ້ງທໍາອິດ ແລະ ການຈົດທະບຽນເຂົ້າຕະຫຼາດຫຼັກຊັບ
ເຕັກໂນໂລຊີ ແລະ ນະວັດຕະກໍາ
ການຈ້າງງານ ແລະ ກົດໝາຍແຮງງານ
ຊັບສິນທາງປັນຍາ
ການປະຕິບັດຕາມລະບຽບການ
ການດຳເນີນຄະດີ ແລະ ການແກ້ໄຂຂໍ້ຂັດແຍ່ງ
ການໃຫ້ຄໍາປຶກສາດ້ານອາກອນ ແລະ ການປະຕິບັດຕາມລະບຽບ
ພວກເຮົາໃຫ້ຄໍາແນະນໍາກ່ຽວກັບການວາງແຜນດ້ານອາກອນ ແລະ ການປະຕິບັດຕາມລະບຽບການ ເພື່ອເພີ່ມປະສິດທິພາບດ້ານພັນທະອາກອນ ພາຍໃຕ້ກົດໝາຍຂອງປະເທດລາວ.
ການຮ່າງສັນຍາ ແລະ ເອກະສານທາງກົດໝາຍ
ພວກເຮົາຮ່າງ, ກວດແກ້ ແລະ ເຈລະຈາເອກະສານທາງກົດໝາຍຫຼາກຫຼາຍປະເພດ ເພື່ອສະໜັບສະໜູນການດຳເນີນທຸລະກິດ ແລະ ການປະຕິບັດຕາມລະບຽບ. ໃນນີ້ລວມມີສັນຍາຕ່າງໆ ທາງການຄ້າ, ສັນຍາເຊົ່າ, ພິໄນກໍາ, ບົດບັນທຶກຄວາມເຂົ້າໃຈ, ໜັງສືສະແດງເຈດຈໍານົງ, ນະໂຍບາຍໃນບ່ອນເຮັດວຽກ, ຄູ່ມື, ນະໂຍບາຍການປະຕິບັດຕາມລະບຽບພາຍໃນເຊັ່ນ: ຄູ່ມືການຕ້ານການສໍ້ລາດບັງຫຼວງ, ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ກົດຈັນຍາບັນຕ່າງໆ. ພວກເຮົາໃຫ້ຄວາມສໍາຄັນກ່ຽວກັບ ຄວາມຊັດເຈນທາງດ້ານກົດໝາຍ, ການບັງຄັບປະຕິບັດ ແລະ ສອດຄ່ອງກັບພັນທະຕາມລະບຽບການ.
ການຈັດຝຶກອົບຮົມ ແລະ ສໍາມະນາທາງດ້ານກົດໝາຍ
ພວກເຮົາສະໜອງການຝຶກອົບຮົມ ແລະ ສຳມະນາໃນຫົວຂໍ້ກົດໝາຍ ທີ່ປັບໃຫ້ເຂົ້າກັບຄວາມຕ້ອງການຂອງລູກຄ້າ ເພື່ອເຮັດໃຫ້ລູກຄ້າຮູ້ທັນການພັດທະນາຂອງກົດໝາຍປະເທດລາວ ແລະ ແນວທາງປະຕິບັດທີ່ດີທີ່ສຸດຂອງຂະແໜງການຂອງຕົນ. ຫົວຂໍ້ປະກອບມີ ກົດໝາຍແຮງງານ, ການປະຕິບັດໃຫ້ສອດຄ່ອງຕາມລະບຽບກ່ຽວກັບບຸກຄະລາກອນ, ລະບຽບກ່ຽວກັບອາກອນ, ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຂົງເຂດກົດໝາຍອື່ນໆ ທີ່ກ່ຽວຂ້ອງກັບການດຳເນີນທຸລະກິດຂອງລູກຄ້າ.
ການແປພາສາ
ພວກເຮົາໄດ້ຮັບໃບອະນຸຍາດຢ່າງຖືກຕ້ອງໃນການໃຫ້ບໍລິການແປພາສາ ສໍາລັບເອກະສານທາງກົດໝາຍ ແລະ ເອກະສານທາງການ ລະຫວ່າງພາສາລາວ ແລະ ພາສາອັງກິດ. ທຸກໆ ເນື້ອໃນການແປ ແມ່ນຜ່ານການກະກຽມ ແລະ ກວດແກ້ໂດຍທະນາຍຄວາມທີ່ມີຄຸນວຸດທິ ເພື່ອຮັບປະກັນຄວາມແມ່ນຍໍາ, ຊັດເຈນ ແລະ ຖືກຕ້ອງໃນການສື່ຄວາມໝາຍທາງກົດໝາຍ. ບໍລິສັດຂອງພວກເຮົາສະໜອງການແປທີ່ມີການຢັ້ງຢືນ ໂດຍການຈໍ້າກາແປ ທີ່ທ່ານສາມາດນຳໃຊ້ໄດ້ສໍາລັບທາງການ.













